ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ ປາບ​ປາມ​ອາ​ຊະຍະ​ກຳ​ດ້ານ​ອາຫານ ແລະ ຢາ​ໄດ້ 6.000 ກວ່າ​ຄະດີ


     ສຳນັກ​ຂ່າວ​ຊິນ​ຮວາ​ລາຍງານ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ວ່າ: ກະຊວງປ້ອງກັນຄວາມສະຫງົບ, ສາທາລະນະ ແລະ ເຈົ້າ​ໜ້າທີ່​ຕຳຫຼວດ ​ສປ ຈີນ  ໄດ້​ພ້ອມ​ກັນ
​ສົມທົບ​ກັບ​ຫຼາຍ​ພາກສ່ວນ ເພື່ອ​ກວດກາ-ປາມ​ປາມ​ອາ​ຊະຍະ​ກຳ​ກ່ຽວ​ກັບ​ອາຫານ ແລະ  ຢາໄດ້​ກວ່າ 6.100 ຄະດີ, ນັບ​ແຕ່​ເດືອນ ເມສາ ປີ​ນີ້ ເປັນຕົ້ນ​ມາ.
ໜ່ວຍ​ງານ​ຄວາມ​ປອດ​ໄພ​ສາທາລະນະ ​ລະດັບ​ທ້ອງຖິ່ນ ແນໃສ່​ປາບ​ປາມ​ອາ​ຊະຍະ​ກຳ​ຕ່າງໆ  ພາຍ​ໃຕ້​ຄຳ​ແນະນຳ​ຂອງ​ກະຊວງເຊັ່ນ: ການ​ໃຊ້​ວັດຖຸ​ເຈືອນ​
ປົນ​ອາຫານ​ເກີນ​ກຳນົດ, ການ​ເຕີມ​ສານ​ທີ່​ບໍ່​ສາມາດ​ຮັບ​ປະທານ​ໄດ້ຊຶ່ງ​ເປັນ​ພິດ ຫຼື ອັນຕະລາຍ​ລົງ​ໃນ​ອາຫານຢ່າງ​ຜິດ​ກົດໝາຍ,  ລວມ​ເຖິງການ​ຜະລິດ
ແລະ ຈຳໜ່າຍ​ຢາ​ປອມທີ່​ເພີ່ມ​ເປົ້າ​ໝາຍ​ໄປ​ຍັງ​ຜູ້​ອາຍຸ​ສູງ, ແມ່ຍິງ ແລະ ເດັກນ້ອຍ. ເຈົ້າ​ໜ້າ​ໄດ້​ໃຊ້​ເຄື່ອງ​ມື​​ທີ່​ ເປັນ​ເຕັກ​ໂນ​ໂລ​ຊີ​ທີ​ທັນ​ສະໄໝກວດ​ຈັບ​ໄດ້​
ແບບວ່ອງໄວ ໃນການ​ປາບ​ປາມອາ​ຊະຍະ​ກຳ​ເຫຼົ່າ​ນີ້, ພ້ອມ​ທັງ​ປຸກລະດົມເຕືອນ​ສາທາລະນະ​ຊົນ, ແຈ້ງ​ເບາະ​ແສ, ປະສານ​ງານ ແລະ ໃຫ້​ຄວາມ​ຮ່ວມ​ມື​
ກັບໜ່ວຍ​ງານ​ທາງ​ການທີ່​ກ່ຽວຂ້ອງ​ກັບການ​ຈັດການ​ຄະດີ​ຮ້າຍ​ແຮງ. 

     ນອກຈາກ​ນີ້, ກະຊວງຍັງ​ໄດ້​ເຕືອນ​ປະຊາຊົນ​ອີ​ກວ່າ: ຄະດີ​ອາ​ຊະຍະ​ກຳອາຫານ ແລະ ຢາ​ຈຳ ນວນ 10 ຄະດີ ເຊິ່ງ​ລວມ​ທັງສິນຄ້າ​ກະສິກຳ, ສັດ​ນ້ຳ
ແລະ ສຸຂະພາບລວມ​ເຖິງຢາ​ປົວ​ພະຍາດ ທີ່​ໃຊ້​ໃນ​ກຸ່ມ​ຜູ້​ອາຍຸ​ສູງເຊັ່ນ: ພະຍາດ​ຂໍ່​ອັກເສບ, ອາການ​ປວດ​ຫຼັງ ແລະ ພະຍາດ​ຫອບ​ຫືດ​ອື່ນໆ​ຈຳນວນ​ໜຶ່ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/08/2023